ກ່ຽວກັບຟູດແບ້ງ

ບໍລິສັດ ຟູດແບ້ງ ຄໍປໍເຣຊັ້ນ ຈຳກັດ ທີ່ຈົດທະບຽນໃນປະເທດລາວມີພັນທະກິດຄືການ ສ້າງແບຣນຮ້ານອາຫານ ແລະ ສິນຄ້າທ້ອງຖິ່ນໃນລາວໃຫ້ສາມາດຂາຍໄດ້ຢ່າງມີຄຸນນະພາບ ບໍລີສັດສ້າງຂຶ້ນໃນວັນທີ່ 28/05/2025
ທີມງານຟູດແບ້ງຄື ທີມຄົນລຸ້ນໃໝ່ທີ່ຈະນຳໃຊ້ລະບົບໄອທີ ມາຊ່ວຍໃຫ້ທຸລະກິດອາຫານໃຫ້ປະເທດລາວສະອາດ ສົດໃໝ່ໂດຍ 4 ຫຼັກການດັ່ງລຸ່ມນີ້:

1. ວັດຖຸດິບຕ້ອງມາຈາກແຫຼ່ງທຳມະຊາດ ແລະ ປອດສານພິດ ສົດໃໝ່ຈາກຜູ້ຜະລິດໂດຍກົງ
2. ລະບົບການຂົນສົ່ງວັດຖຸດິບທີ່ຄວບຄຸມ ແລະ ສະຖຽນຕົງເວລາ ສາມາດຄາດຄະເນວັດຖຸດິບທີ່ຊັດເຈນຕົງຈຸດ
3. ອາຫານຕ້ອງແຊບ ແຕ່ກິນແລ້ວບໍ່ເສຍສຸຂະພາບ
4. ເມນູອາຫານປັບປ່ຽນໄປຕາມຍຸກສະໄໝ ບໍ່ຈຳເຈ

ຟູດແບ້ງຄືບໍລິສັດທີ່ສ້າງຕັ້ງໂດຍຄົນລາວຮ້ອຍສ່ວນຮ້ອຍໂດຍທີມງານຄົນລາວທັງໝົດເຮົາຈະສ້າງເຄື່ອງມືການສ້າງລາຍໄດ້ໃຫ້ກັບຄົນລາວ ການເຕີບໃຫຍ່ຂອງເຮົາຕ້ອງເຕີບໃຫຍ່ໄປນຳກັນ ພວກເຮົາຈະຍຶດໝັ້ນໃນຫຼັກການຂ້າງເທິງ ແລະ ສ້າງບໍລິສັດໃຫ້ເຕີບໃຫຍ່ຈົນສາມາດບັນລຸເປົ້າໝາຍກໍ່ຄື ກາຍເປັນຜູ້ນຳໃນທຸລະກິດອາຫານໃນປະເທດລາວ

ເບິ່ງລາຍລະອຽດເພີ່ມເຕີມ

ຜູ້ບໍລິຫານ

TUM SOM

ເອກກະສິດ ວິລະດາ

ປະທານບໍລິສັດ

ບໍລິສັດ ຟູດແບ້ງ ຄໍປໍເຣຊັ້ນ ຈຳກັດ ຖຸືກກໍ່ຕັ້ງມາດ້ວຍຈຸດປະສົງເພື່ອສ້າງທຸລະກິດດ້ານອາຫານ ແລະ ເຄື່ອງດື່ມ (F&B) ຂ້າພະເຈົ້າມີຈຸດມຸ່ງໝາຍເພື່ອສ້າງອົງກອນດ້ານທຸລະກິດທີ່ຈະເປັນຜູ້ນຳດ້ານອາຫານ ເພື່ອຈະຕໍ່ຍອດສົ່ງເສີມອາຫານລາວໃຫ້ກາຍເປັນທີ່ສາມາດກິນໄດ້ຢ່າງສະອາດ, ແຊບ ແລະ ມີສານອາຫານຄົບຖ້ວນ ທັງເພື່ອສ້າງເສດຖະກິດລາວໃຫ້ມີຄວາມເຂັ້ມແຂງພາຍໃນປະເທດ, ສ້າງສາອາຊີບໃຫ້ຄົນລາວມີວຽກເຮັດງານທຳ ດ້ວຍເປົ້າໝາຍຂອງເຮົາຄືກາຍເປັນຜູ້ນຳສ່ວນແບ່ງ 10% ຂອງການບໍລິໂພກອາຫານຄົນລາວພາຍໃນ 10 ປີນັບແຕ່ປີທີ່ກໍ່ຕັ້ງຄື 2025

ໃນນາມປະທານ ແລະ ຜູ້ກໍ່ຕັ້ງ ຂ້າພະເຈົ້າຈະຍຶດໝັ້ນໃນເປົ້າໝາຍຂອງບໍລິສັດຢ່າງໜັກແໜ້ນ ເພື່ອສ້າງອົງກອນດ້ານອາຫານທີ່ໃຫຍ່ທີ່ສຸດໃນລາວທີ່ເປັນຂອງຄົນລາວຢ່າງແທ້ຈິງ

ຜະລິດຕະພັນຂອງເຮົາ

TUM SOM

ຮ້ານອາຫານຕຳສົ້ມ

ສ້າງຕັ້ງຂຶ້ນໃນວັນທີ່ 6/6/2025 ຮ້ານອາຫານປະເພດຕຳໝາກຮຸ່ງ ແລະ ຕຳປະເພດຕ່າງໆໂດຍເນັ້ນກຸ່ມລູກຄ້າລຸ້ນໃໝ່

ຕຳສົ້ມ ສາຂາ ສີໄຄ: https://maps.app.goo.gl/p7RsHebp97he16HC7
ຕຳສົ້ມ ສາຂາ ໂພນທັນ: https://maps.app.goo.gl/EskBWntcTg1KE5oA8

ເບິ່ງລາຍລະອຽດກ່ຽວກັບຕຳສົ້ມ